ນ້ຳປະປາຂອງທ່ານ: ປອດໄພ ແລະມີໃຫ້ໃຊ້ໃນລະຫວ່າງຊ່ວງວິກິດໂຄວິດ-19 (COVID-19) (Lao)
ນ້ຳກັອກຂອງພອທແລນດ໌ແມ່ນປອດໄພທີ່ຈະດື່ມ.
ບໍລິການນ້ຳປະປາຈະຍັງມີຢູ່ຕໍ່ໄປ
ພວກເຮົາຂໍສະເໜີການຊ່ວຍເຫຼືອດ້ານການເງິນ.
ພວກເຮົາຢູ່ບ່ອນນີ້ ຖ້າວ່າ ທ່ານຕ້ອງການພວກເຮົາ.
ນ້ຳກັອກຂອງພອທແລນດ໌ແມ່ນປອດໄພທີ່ຈະດື່ມ.
ນ້ຳກັອກຂອງທ່ານແມ່ນປອດໄພທີ່ຈະດື່ມ. ຂັ້ນຕອນການບຳບັດນ້ຳຂອງພວກເຮົາສາມາດຂ້າຈຸນລະຊີບ, ລວມເຖິງເຊື້ອໄວຣັດໄດ້. ນ້ຳຂອງທ່ານແມ່ນປອດໄພທີ່ຈະດື່ມໃນລະຫວ່າງຊ່ວງວິກິດໂຄວິດ-19.
ຄຳຖາມກ່ຽວກັບຄຸນນະພາບນ້ຳ: 503-823-7525 WBWaterLine@portlandoregon.gov (ບໍລິການແປພາສາ ແລະນາຍພາສາ ມີໃຫ້ພ້ອມ.)
ບໍລິການນ້ຳປະປາຈະຍັງມີຢູ່ຕໍ່ໄປ
ພວກເຮົາກຳລັງຮັກສາລະບົບໃຫ້ເຮັດວຽກໄດ້ຕາມປົກກະຕິ. ພວກເຮົາຈະບໍ່ປິດລະບົບນ້ຳປະປາຂອງທ່ານ ຖ້າວ່າທ່ານບໍ່ໄດ້ຈ່າຍຄ່ານ້ຳ. ບາງຄັ້ງ ການບໍລິການນ້ຳປະປາອາດຢຸດຊະງັກຈາກສາເຫດທໍ່ແຕກ ຫຼື ວຽກບຳລຸງສ້ອມແປງ. ຖ້າວ່າ ພວກເຮົາຮູ້ວ່າ ພວກເຮົາຈະຈຳເປັນຕ້ອງປິດລະບົບນ້ຳປະປາຂອງທ່ານເພື່ອກວດກາລະບົບ, ພວກເຮົາຈະບອກໃຫ້ທ່ານຮູ້.
ພວກເຮົາຂໍສະເໜີການຊ່ວຍເຫຼືອດ້ານການເງິນ.
ທ່ານອາດສາມາດຮັບສ່ວນຫຼຸດຄ່ານ້ຳ ຫຼື ຮັບເອົາໃບສັ່ງຈ່າຍເພື່ອຊ່ວຍເຫຼືອໃນຊ່ວງວິກິດ. ທີມບໍລິການລູກຄ້າຂອງພວກເຮົາກຳລັງເຮັດວຽກຢ່າງດຸໝັ່ນເພື່ອຕອບຄຳຖາມຕ່າງໆ. ພວກເຮົາກຳລັງຮັກສາລະຍະຫ່າງກັນໃນບ່ອນເຮັດວຽກ, ສະນັ້ນ ພວກເຮົາຈຶ່ງມີເຈົ້າໜ້າທີ່ເຮັດວຽກໜ້ອຍກວ່າປົກກະຕິ. ທ່ານອາດຈຳເປັນຕ້ອງລໍຖ້າດົນກວ່າປົກກະຕິກວ່າທີ່ຈະໄດ້ເວົ້າລົມກັບເຈົ້າໜ້າທີ່ຕົວແທນ.
ພວກເຮົາຢູ່ບ່ອນນີ້ ຖ້າວ່າ ທ່ານຕ້ອງການພວກເຮົາ.
ຄຳຖາມກ່ຽວກັບໃບເກັບຄ່າ: PWBCustomerService@portlandoregon.gov 503-823-7770 (ບໍລິການແປພາສາ ແລະນາຍພາສາ ມີໃຫ້ພ້ອມ.)
ມີຄຳຖາມກ່ຽວກັບຄຸນນະພາບນ້ຳ ຫຼື ແຮງດັນນ້ຳ ບໍ່? 503-823-7525 WBWaterLine@portlandoregon.gov (ບໍລິການແປພາສາ ແລະນາຍພາສາ ມີໃຫ້ພ້ອມ.)
ເຫດສຸກເສີນກ່ຽວກັບນ້ຳ: 503-823-4874 24 ຊົ່ວໂມງຕໍ່ວັນ, 7 ວັນຕໍ່ອາທິດ