ປະກາດແຈ້ງການວ່າບໍ່ມີການເລືອກປະຕິບັດໃນເມືອງ Portland
ເມືອງ Portland ດຳເນີນການສອດຄ່ອງກັບກົດໝາຍສິດທິພົນລະເມືອງຫົວຂໍ້ VI ປີ 1964, ກົດໝາຍຄົນພິການອາເມລິກາ, ORS ພາກ 659 A, Portland City Code ຫົວຂໍ້ 23, ແລະ ສະຖານະພາບ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ, ຍ້ອນແນວນັ້ນຈຶ່ງບໍ່ມີບຸກຄົນໃດທີ່ຈະຖືກຫ້າມບໍ່ໃຫ້ເຂົ້າຮ່ວມ, ຖືກປະຕິເສດຕໍ່ສະຫວັດດີການ, ຫຼື ກ່ຽວຂ້ອງກັບການເລືອກປະຕິບັດໃນແຜນການ, ການບໍລິການ ຫຼື ກິດຈະກຳຕ່າງໆຂອງເມືອງທີ່ກ່ຽວຂ້ອງກັບເຊື້ອຊາດ, ສີຜິວ, ສັນຊາດດັ້ງເດີມ, ຄວາມຄ່ອງແຄ່ວທາງພາສາອັງກິດ, ຄວາມພິການ, ເພດ, ອາຍຸ, ສາສະໜາ, ການບ່ຽງເບນທາງເພດ, ເອກະລັກທາງເພດ, ການແຕ່ງງານ ຫຼື ສະຖານະພາບທາງຄອບຄົວ, ຫຼື ແຫຼ່ງລາຍໄດ້.
ເມືອງ Portland ຍັງຮຽກຮ້ອງໃຫ້ຜູ້ຮັບເໝົາ, ຜູ້ຄ້າ ແລະ ຜູ້ຮັບທຶນປະຕິບັດແບບດຽວກັນນີ້.
ເພື່ອຊ່ວຍຮັບປະກັນແຜນການ, ການບໍລິການ ແລະ ກິດຈະກຳຕ່າງໆຂອງເມືອງ Portland ໃຫ້ສົມເຫດສົມຜົນ: ສະໜອງການແປພາສາ ແລະ ການອະທິບາຍໃຫ້ແກ່ບຸກຄົນທີ່ມີຂໍ້ຈຳກັດທາງພາສາອັງກິດ; ດັດແປງນະໂຍບາຍ ແລະ ຂັ້ນຕອນຕ່າງໆ; ແລະ ສະໜອງການຊ່ວຍເຫຼືອ, ການບໍລິການ ແລະ/ຫຼື ຮູບແບບຕົວເລືອກແກ່ຄົນພິການ.
ເພື່ອຮ້ອງຂໍການອຳນວຍຄວາມສະດວກ, ການດັດແປງ, ການແປພາສາ, ການອະທິບາຍ ຫຼື ການບໍລິການດ້ານພາສາ; ເພື່ອຍື່ນແບບຟອມຮ້ອງຮຽນ; ຫຼື ສຳລັບຂໍ້ມູນເພີ່ມເຕີມ ຫຼື ຄຳຖາມກ່ຽວກັບ ບັນຫາດ້ານສິດທິພົນລະເມືອງຫົວຂໍ້ VI ແລະ ADA ຫົວຂໍ້ II (ເຊື້ອຊາດ, ສີຜິວ, ສັນຊາດດັ້ງເດີມ, ຄວາມຄ່ອງແຄ້ວທາງພາສາອັງກິດ ແລະ ການບໍ່ເລືອກປະຕິບັດກັບຄົນພິການໃນແຜນການ, ການບໍລິການ ກິດຈະກຳສາທາລະນະຂອງເມືອງ): ຕິດຕໍ່ຜູ້ຈັດການແຜນການສົ່ງເສີມສິດທິພົນລະເມືອງຫົວຂໍ້ VI ແລະ ADA ຫົວຂໍ້ II ທາງໂທລະສັບທີ່ 503.823.2559, TTY ທີ່ 503.823.6868, ຫຼື Oregon Relay Service ທີ່ 711.
ເມືອງ Portland ດຳເນີນການສອດຄ່ອງກັບຫົວຂໍ້ VII ຂອງກົດໝາຍສິດທິພົນລະເມືອງ, ຫົວຂໍ້ I ຂອງ ADA, ແລະ ສະຖານະພາບ, ລະບຽບການ ແລະ ກົດໝາຍອື່ນໆຂອງເມືອງ. ສຳລັບການຮ້ອງຂໍ, ຄຳຖາມ, ການຮ້ອງຮຽນ, ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບ ການຈ້າງງານ ແລະ ສິດທິພົນລະເມືອງ, ກະລຸນາ ທົບທວນກົດໝາຍຄຸ້ມຄອງຊັບພະຍາກອນມະນຸດ 2.01, ກົດໝາຍວ່າດ້ວຍໂອກາດ/ການຍອມຮັບທີ່ເທົ່າທຽມກັນ ແລະ ກົດໝາຍຄຸ້ມຄອງຊັບພະຍາກອນມະນຸດ 2.02, ທີ່ຫ້າມການຂົ່ມຂູ່, ການເລືອກປະຕິບັດ ແລະ ການແກ້ແຄ້ນໃນບ່ອນເຮັດວຽກ ໃນເວັບໄຊທ໌ໜ່ວຍງານຄຸ້ມຄອງຊັບພະຍາກອນມະນຸດ (ກົດໝາຍຄຸ້ມຄອງ) ຫຼື ຕິດຕໍ່ໜ່ວຍງານຄຸ້ມຄອງຊັບພະຍາກອນມະນຸດທາງໂທລະສັບທີ່ເບີ 503.823.3572, TTY ທີ່ 503.823.6868, ຫຼື Oregon Relay Service ທີ່ 711.